search
top

1/2 Minus Green filter ກັບ LED light 1200

ກ່ອນໜ້ານີ້ໄດ້ຊື້ໄຟ LED 1200 ມາໃຊ້ ກໍໃຊ້ໄດ້ດີ ໄຟແຈ້ງດີ ເປັນ Daylight balanced ເຊິ່ງມີປະໂຫຍດຫຼາຍເວລາໄປໃຊ້ກາງເວັນ ຫຼືໃຊ້ຮ່ວມກັບສະພາບແສງແບບ Daylight ແຕ່ມັນມີຂໍ້ເສຍຢູ່ອັນນຶ່ງ ກໍຄື ມັນອົມຂຽວ =_=!

ການທີ່ໄຟ LED ອົມຂຽວເປັນເລື່ອງປົກກະຕິໃນກໍລະນີທີ່ຄຸນນະພາບຂອງຫຼອດ LED ດີບໍ່ພໍ ກໍຈະເກີດ Color shift ຂຶ້ນໄດ້ ແລະກໍມັກຈະເປັນສີຂຽວ ເຊິ່ງກໍພົບໄດ້ທົ່ວໄປ ແຕ່ການຈະແກ້ໄຂໃນ post ເປັນເລື່ອງທີ່ຍາກຫຼາຍ ເພາະມັນເປັນເປື້ອນ footage ໄປໝົດ ແກ້ຍາກ ອາລົມປະມານໃສ່ ND Filter ແຮງໆ ແລ້ວເກີດສີອົມແດງ ຫຼືອົມບົວ ເພາະໄດ້ແສງ IR ຕິດມາແທນ ແກ້ຍາກ ເຮັດໃຫ້ match ກັບ footage ທີ່ບໍ່ມີ color shift ກໍຍາກ.

ໃນສອງຮູບດ້ານເທິງ ໃຊ້ໄຟ 1200 LED ຈະເຫັນວ່າ skin tone ຕິດອົມຂຽວ ສັງເກດໄດ້ງ່າຍແມ່ນເວລາໃຊ້ LUT ໃນ footage ຈະເຫັນວ່າ ຂຽວຫຼາຍ.

ກໍເລີຍໄປຫາວິທີທາງແກ້ໄຂ ແລະໄດ້ຄົ້ນພົບວ່າ ມີການໃຊ້ 1/2 minus green filter ແລະ CC15 magenta camera filter ມາໃຊ້ແກ້ໄຂ ຈຶ່ງໄດ້ຈັດການສັນຫາມາ ໂດຍໃຊ້ Lee Filters Lighting Gel Sheet 248 1/2 Minus Green ລາຄາປະມານ 115,000 ກີບ ຊອກຊື້ໄດ້ໃນອີເບ ຜົນປາກົດວ່າ ໃຊ້ໄດ້ຜົນດີພໍສົມຄວນ.

ຈາກພາບດ້ານເທິງ ຈະເຫັນວ່າ Skin tone ເລີ່ມກັບມາເປັນປົກກະຕິ ບໍ່ອົມຂຽວແລ້ວ ແຕ່ມີສີບົວຈາງໆ ຕິດແທນ ອາດເປັນເພາະ Filter ແຮງເກີນໄປ -”- ແຕ່ວ່າ ເຖິງຢ່າງໃດກໍຖືວ່າດີຂຶ້ນຫຼາຍ ທຽບກັບບໍ່ໃຊ້ Filter (ພາບດ້ານລຸ່ມ)

Leave a Reply

top