Dozo – ຄວາມຊົງຈຳ (RE-SHOOT)
ອັນທີ່ຈິງເພງນີ້ເຄີຍຖ່າຍເທື່ອນຶ່ງຫຼາຍເດືອນກ່ອນແລ້ວ ແຕ່ວ່າມັນອອກມາບໍ່ເປັນທີ່ຖືກໃຈປານໃດ ກໍເລີຍຍົກເລີກເອົາກາງເລື່ອງ ໂດຍໄດ້ຕົກລົງກັນວ່າ ເມື່ອມີໂອກາດທີ່ເໝາະສົມ ຈະມາເຮັດຄືນໃໝ່ໃຫ້ມັນໜ້າສົນໃຈ ແລະຄັກກວ່າເກົ່າ ແຕ່ກໍບໍ່ໄດ້ເຮັດຈັກເທື່ອ.
ພາບດ້ານລຸ່ມຄື ພາບຈາກ MV ທີ່ເຄີຍຖ່າຍໄວ້ຫຼາຍເດືອນກ່ອນ (ທີ່ຖືກຍົກເລີກໄປ).
ຈົນໃນທີ່ສຸດ ຕອນວ່າຊິຂາຍກ້ອງອອກ ເລີຍໂທໄປບອກກິກ ວ່າ ຊິຂາຍກ້ອງອອກແລ້ວ ໜ້າຈະມາຖ່າຍນຳກັນໃຫ້ແລ້ວກ່ອນ ມັນຈຶ່ງບໍ່ຄ້າງຄາ ຈຶ່ງເປັນທີ່ມາຂອງ RE-SHOOT ເພງນີ້ນັ້ນເອງ.
ສຳລັບເພງນີ້ ເດີມທີນັ້ນ ຕັ້ງໃຈຈະໃຫ້ເປັນລະຄອນປະກອບ ແຕ່ບໍ່ເນັ້ນ drama ຫຼາຍ ເປັນພຽງພາບຄວາມຊົງຈຳຫຼາຍກວ່າ ແຕ່ບົດມັນຫຼວມຈົນເກີນໄປ ເລີຍໄດ້ຍົກເລີກ ແລ້ວໃນ RE-SHOOT ກໍວ່າຊິເຮັດເປັນ lipsync ປະກອບກັບສາກລະຄອນທີ່ບໍ່ໜັກຫຼາຍ. ຫາກແຕ່ວ່າ ສຸດທ້າຍກໍມີເຫດໃຫ້ບໍ່ໄດ້ເຮັດລະຄອນອີກ ເລີຍມີແຕ່ lipsync ແທນ.
ພາບຕົວຢ່າງບາງຕອນຂອງເພງນີ້ (ເວລາທີ່ຂຽນໂພສນີ້ ຍັງບໍ່ໄດ້ປ່ອຍເພງນີ້ເທື່ອ).

ອາດຈະມີເບື້ອງຫຼັງເລັກໆ ນ້ອຍໆ ມາໃຫ້ເບິ່ງນຳ






ອາລົມຂອງຮູບກັບພາບພື້ນຫຼັງຂອງເວັບເຂົ້າກັນໄດ້ດີເໜືອຄຳບັນຍາຍ ເທບໆ ບໍ່ແມ່ນທ່ານຫວາທີ່ຖ່າຍ MV ໃຫ້ SuperOne ?
ເບິ່ງທາງລຸ່ມ ໂພສກ່ອນໜ້ານີ້
ຊົງຜົມຂອງ dozo ດີຂຶ້ນເນາະ ^o^
ເບິ່ງເປັນຜູ່ເປັນຄົນຂຶ້ນເນາະ 555
ໄວ້ຊິຝາກໄປບອກ