ເບື້ອງຫຼັງ Portrait Shoot #1
ພໍດີນົກ ຊວນໄປຖ່າຍຮູບ ອັນທີ່ຈິງກໍຊວນກັນໄປຊວນກັນມາຫຼາຍຮອບແລ້ວ ແຕ່ບໍ່ໄດ້ໄປຈັກເທື່ອຍ້ອນຖ້າກັນໄປຖ້າກັນມາ ເທື່ອນີ້ກໍເລີຍນັດແນະໃຫ້ເລັ່ງດ່ວນ ບໍ່ມີການຖ້າໃຜທັງນັ້ນ ຈຶ່ງເຮັດໃຫ້ສາມາດລຸລ່ວງໄປຮອດມື້ຖ່າຍໄດ້ໂດຍສະຫວັດດິພາບ (ແລະລືມ Card Reader ໄວ້ບ້ານ ເກືອບບໍ່ໄດ້ຖ່າຍຕໍ່ -.-’)
ໂມເດວໃນ trip ນີ້ມີ ນົກ, ໄກ່, ປູ, ແຄນດີ້, ແປັບຊີ່, ແລ້ວກໍ ບີ້ ເຊິ່ງມາກັບນົກ ແລະເປັນຜູ່ຊາຍພຽງນຶ່ງດຽວທີ່ເປັນນາຍແບບ.
ການຖ່າຍກໍມີອຸປະສັກພໍສົມຄວນ ເພາະວ່າ ສະຖານທີ່ບໍ່ອຳນວຍປານໃດ ນົກພາຖ່າຍແຕ່ທາງຫຼັງບ້ານ ອັນທີ່ຈິງໜ້າບ້ານຈະມີມຸມພໍໃຊ້ໄດ້ຢູ່ສອງສາມມຸມ ຜັດມາຍາດກັນ(ຖືກ)ຖ່າຍແຕ່ທາງຫຼັງບ້ານ.
ດຽວ gallery ສະບັບເຕັມຕາມມາທີຫຼັງ









ຊັງນິນ ບໍ່ຊວນ XD
ເວລາມັນບໍ່ແນ່ນອນນ່ະ ກໍເລີຍບໍ່ຢາກຊວນໃຜ ເພາະວ່າມື້ນັ້ນກໍເກືອບບໍ່ໄດ້ໄປຄືກັນ =”=
ຜູ້ສາວເສື້ອສີດໍາສອງຄົນນັ້ນງາມດີ……..
These model are so cute
ນິນບໍ່ໃຫ້ເຮົາໄປເປັນນາງແບບໃຫ້ຫວາ ຫະຫະ
ເປັນນາງຫຼືນາຍ ເອົາດີໆ ໂອ້ດ ຢ່າສັບສົນທາງເພດ
ກັກໆ ໝາເຢັບຕີນຂ້ອຍ
ແນວນີ້ລະທີ່ເຮົາຢາກເຮັດ ກັບ ໄປຖ່າຍແບບໃສ່ຊຸດສະໄໝເກົ່າ
ຢຽບ ແບບນີ້ໝີ =P
ບໍ່ໄດ້ລະ ບໍ່ໄດ້ລະ ຕ້ອງຝຶກຂຽນພາສາລາວ
ນ້ອງແຄນດີ້ ໜ້າຮັກດີ
ຢາກເປັນຄົນຕິດຕາມ au8ust ທຸກຄັ້ງທີ່ມີງານແບບນິ ເພາະສາວໆແຈ໋ມຫລາຍ ^^
ຈະຕິດຕາມຜົນງານຂອງນິນນິ້ຕະຫລອດໄປ ຫວ໋ະ ຮ໋າ ຮ໋າ….
ຂອບໃຈໂກ້ ຫະຫະ