search
top

ເບື້ອງຫຼັງ MV ເພງ “ສິ່ງຫນຶ່ງທີ່ຢາກຂໍ”

ຊ່ວງອາທິດກ່ອນໆ ໄປຖ່າຍເພງໃໝ່ໃຫ້ Super One ໃຊ້ເວລາຖ່າຍກັນ 6 ມື້ ສ່ວນໃຫຍ່ກໍເລີ່ມງານກັນຕັ້ງແຕ່ 8 ໂມງເຊົ້າ ບາງມື້ກໍຖ່າຍກັນຮອດ 3 ໂມງກາງຄືນ ຫຼືບາງມື້ກໍບໍ່ໄດ້ນອນເລີຍ ເຮັດວຽກປະມານ 30+ ຊມ ກັບບ້ານກໍຈົນຊິເຊົ້າລະ ກໍເລີຍຢູ່ຕໍ່ຈົນເຊົ້າ ແລ້ວກໍໄປຖ່າຍຕໍ່ອີກ.

ຖ່າຍໄປ ຕັດໄປ ຈົນຮອດມື້ທີ່ 6 ຖ່າຍສາກສຸດທ້າຍ ແລ້ວມັນກໍແລ້ວພໍດີ.

ເພງທີ່ເຄີຍຖ່າຍທີ່ສຸດ ແຕ່ກໍຍັງບໍ່ຍາວເທົ່າເພງນີ້ແມ່ນເພງຂອງ Dozo “ພຽງລົມປາກ” ເພງນັ້ນຖ່າຍໄປ 3 ມື້ ເລີ່ມຖ່າຍແຕ່ເຊົ້າໆ ຈົນຮອດ 12 ໂມງກາງຄືນທຸກມື້ ຮອດມື້ທີ່ 3 ກໍຕັດແລ້ວພໍດີ ຖ່າຍໄປຕັດໄປ ຕັດໃນ Notebook ເກົ່າໆ Compaq Presario CQ40-158TU.

ງານນີ້ຄຶດວ່າຈະເປັນງານສຸດທ້າຍແລ້ວລະ ສຳລັບ MV ແບບນີ້.

ດ້ານລຸ່ມເປັນວິດີໂອເບື້ອງຫຼັງ ສ່ວນເບື້ອງໜ້າ ສາມາດຕິດຕາມໄດ້ທາງໂທລະພາບ ໄວໆ ນີ້.

7 Responses to “ເບື້ອງຫຼັງ MV ເພງ “ສິ່ງຫນຶ່ງທີ່ຢາກຂໍ””

  1. [...] ຊ່ວງນີ້ເມົາໆ ນຳເລື່ອງບໍ່ເປັນເລື່ອງ ຮ້ານເຂົ້າມັນໄກ່ກໍຊິປິດລະ ຕ້ອງກັບໄປຫຼວງພະບາງໄປສົ່ງເມຍ ແລ້ວກັບມາເຮັດວຽກຕໍ່ ວຽກກໍຄ້າງຢູ່ຫຼາຍອັນ ເວັບກໍແຮງຫຼາຍອັນບໍ່ໄດ້ອັບເດດ ແຕ່ມື້ນີ້ກໍໄປອັບເດດ blog.au8ust.com ຈັກໜ່ອຍໃນໂພສກ່ຽວກັບ mv ທີ່ເຮັດອາທິດກ່ອນໆ. [...]

  2. so7rus says:

    ເປັນຫຍັງເວົ້າຊັ້ນ? ງານນີ້ຄຶດວ່າຈະເປັນງານສຸດທ້າຍແລ້ວລະ ສຳລັບ MV ແບບນີ້.

  3. au8ust says:

    ອຸປະກອນຖ່າຍທຳ 5 ແສນບາດ ເຂົາຈ້າງເທື່ອລະ 5 ພັນບາດ ແມ່ນໝີ ໝີຊິເຮັດບໍ່? :)

  4. Souliyo says:

    ນາງເອກຫນ້າຮັກຫນ້າຮັກ. ເບິງເຫດການແລ້ວ ຫນ້າຈະມ່ວນ ເປັນຕາຢາກໄປເບິງນຳ :)

  5. Billy_dexd says:

    ເປັນກຳລັງໃຈໃຫ້ທ່ານ ນິນ ຄົງຈະມີວຽກຫຼາຍເນາະ …. ສ້າງຜົນງານດີໆຕໍ່ໄປ

  6. ເປັນກຳລັງໃຈໃຫ້ທ່ານ ນິນ ຄົງຈະມີວຽກຫຼາຍເນາະ …. ສ້າງຜົນງານດີໆຕໍ່ໄປ

  7. au8ust says:

    ຂອບໃຈ ແຕ່ວ່າບໍ່ມີວຽກຫຼາຍດອກ ຫະຫະ ບໍ່ຄ່ອຍມີໃຜຢາກເຮັດນຳ ເຂົາວ່າແພງວ່າຊັ້ນ ຫະຫະ

Leave a Reply

top