ເບື້ອງຫຼັງ MV ເພງ “ສິ່ງຫນຶ່ງທີ່ຢາກຂໍ”
ຊ່ວງອາທິດກ່ອນໆ ໄປຖ່າຍເພງໃໝ່ໃຫ້ Super One ໃຊ້ເວລາຖ່າຍກັນ 6 ມື້ ສ່ວນໃຫຍ່ກໍເລີ່ມງານກັນຕັ້ງແຕ່ 8 ໂມງເຊົ້າ ບາງມື້ກໍຖ່າຍກັນຮອດ 3 ໂມງກາງຄືນ ຫຼືບາງມື້ກໍບໍ່ໄດ້ນອນເລີຍ ເຮັດວຽກປະມານ 30+ ຊມ ກັບບ້ານກໍຈົນຊິເຊົ້າລະ ກໍເລີຍຢູ່ຕໍ່ຈົນເຊົ້າ ແລ້ວກໍໄປຖ່າຍຕໍ່ອີກ.
ຖ່າຍໄປ ຕັດໄປ ຈົນຮອດມື້ທີ່ 6 ຖ່າຍສາກສຸດທ້າຍ ແລ້ວມັນກໍແລ້ວພໍດີ.
ເພງທີ່ເຄີຍຖ່າຍທີ່ສຸດ ແຕ່ກໍຍັງບໍ່ຍາວເທົ່າເພງນີ້ແມ່ນເພງຂອງ Dozo “ພຽງລົມປາກ” ເພງນັ້ນຖ່າຍໄປ 3 ມື້ ເລີ່ມຖ່າຍແຕ່ເຊົ້າໆ ຈົນຮອດ 12 ໂມງກາງຄືນທຸກມື້ ຮອດມື້ທີ່ 3 ກໍຕັດແລ້ວພໍດີ ຖ່າຍໄປຕັດໄປ ຕັດໃນ Notebook ເກົ່າໆ Compaq Presario CQ40-158TU.
ງານນີ້ຄຶດວ່າຈະເປັນງານສຸດທ້າຍແລ້ວລະ ສຳລັບ MV ແບບນີ້.
ດ້ານລຸ່ມເປັນວິດີໂອເບື້ອງຫຼັງ ສ່ວນເບື້ອງໜ້າ ສາມາດຕິດຕາມໄດ້ທາງໂທລະພາບ ໄວໆ ນີ້.





[...] ຊ່ວງນີ້ເມົາໆ ນຳເລື່ອງບໍ່ເປັນເລື່ອງ ຮ້ານເຂົ້າມັນໄກ່ກໍຊິປິດລະ ຕ້ອງກັບໄປຫຼວງພະບາງໄປສົ່ງເມຍ ແລ້ວກັບມາເຮັດວຽກຕໍ່ ວຽກກໍຄ້າງຢູ່ຫຼາຍອັນ ເວັບກໍແຮງຫຼາຍອັນບໍ່ໄດ້ອັບເດດ ແຕ່ມື້ນີ້ກໍໄປອັບເດດ blog.au8ust.com ຈັກໜ່ອຍໃນໂພສກ່ຽວກັບ mv ທີ່ເຮັດອາທິດກ່ອນໆ. [...]
ເປັນຫຍັງເວົ້າຊັ້ນ? ງານນີ້ຄຶດວ່າຈະເປັນງານສຸດທ້າຍແລ້ວລະ ສຳລັບ MV ແບບນີ້.
ອຸປະກອນຖ່າຍທຳ 5 ແສນບາດ ເຂົາຈ້າງເທື່ອລະ 5 ພັນບາດ ແມ່ນໝີ ໝີຊິເຮັດບໍ່?
ນາງເອກຫນ້າຮັກຫນ້າຮັກ. ເບິງເຫດການແລ້ວ ຫນ້າຈະມ່ວນ ເປັນຕາຢາກໄປເບິງນຳ
ເປັນກຳລັງໃຈໃຫ້ທ່ານ ນິນ ຄົງຈະມີວຽກຫຼາຍເນາະ …. ສ້າງຜົນງານດີໆຕໍ່ໄປ
ເປັນກຳລັງໃຈໃຫ້ທ່ານ ນິນ ຄົງຈະມີວຽກຫຼາຍເນາະ …. ສ້າງຜົນງານດີໆຕໍ່ໄປ
ຂອບໃຈ ແຕ່ວ່າບໍ່ມີວຽກຫຼາຍດອກ ຫະຫະ ບໍ່ຄ່ອຍມີໃຜຢາກເຮັດນຳ ເຂົາວ່າແພງວ່າຊັ້ນ ຫະຫະ