search
top

ແອບກ່ອນ ໕ ຕຸລາ

DSC_7581ຄືນວັນທີ ໕ ຕຸລາທີ່ກຳລັງຈະມາເຖິງນີ້ ຈະມີງານລອຍກະທົງ ເຊິ່ງເປັນເວລາກາງຄືນ ດັ່ງນັ້ນຕ້ອງຊ້ອມໄວ້ ຖ່າຍພາບຕອນກາງຄືນ.

ບັນຫາຂອງການຖ່າຍພາບໃນຍາມຄ່ຳຄືນກໍຄື ແສງສະຫວ່າງທີ່ມີໜ້ອຍເກີນໄປ ຫາກໃຊ້ເລນຄວາມໄວຕ່ຳ ກໍຕ້ອງເລັ່ງ ISO ຂຶ້ນ ເຮັດໃຫ້ມີ noise ຫຼາຍ ເສຍອາລົມໝົດ; ເຖິງຈະໃຊ້ເລນຄວາມໄວສູງ ເຊັ່ນ 50mm f/1.4 ແຕ່ບັນຫາກໍຄື ຮູຮັບແສງກວ້າງໆ ແບບນີ້ຈະບີບໃຫ້ dept of field ແຄບລົງຫຼາຍເທົ່າ ເມື່ອທຽບກັບ f/stop ທີ່ສູງກວ່າ ດັ່ງນັ້ນເວລາຖ່າຍພາບຈຶ່ງມີໂອກາດທີ່ຈະຫຼຸດຈາກ focus ສູງ.

ການໃຊ້ແສງໄຟຊ່ວຍກໍພໍຊ່ວຍໄດ້ ແຕ່ໃນກໍລະນີທີ່ເປັນງານທົ່ວໄປ ໂດຍສະເພາະແບບພວກງານລອຍກະທົງ ການໃຊ້ແສງໄຟເພີ່ມເຕີມນັ້ນ ອາດເປັນໄປບໍ່ໄດ້ ດັ່ງນັ້ນຕົວເລືອກທີ່ເຫຼືອກໍຄື available light ທີ່ມີໃນສາກເອງ. ໃນກໍລະນີໃຊ້ Flash ກໍກາຍເປັນວ່າ ດ້ານຫຼັງຂອງ subject ມືດໝົດ ບໍ່ເຫັນສະພາບແວດລ້ອມວ່າເປັນແນວໃດ; ຖ້າໃຊ້ slow-sync flash ກໍຕ້ອງເປີດ shutter ດົນຂຶ້ນ ອາດເຮັດໃຫ້ພາບສັ່ນໄຫວໄດ້ອີກ.

ຟັງແລ້ວເປັນເລື່ອງຍາກທີ່ຈະຖ່າຍພາບໃນເວລາກາງຄືນ ໂດຍສະເພາະຢ່າງຍິ່ງແມ່ນການຖ່າຍພາບແບບ candid ເຊິ່ງມີເວລາໜ້ອຍໃນແຕ່ລະ shot. ທາງດຽວທີ່ຈະຊ່ວຍກໍຄື ການເຝິກແອບເພື່ອເກີດຄວາມຊຳນານໃນອຸປະກອນ ແລະສະຖານະການທີ່ອາດເກີດຂຶ້ນ.

Leave a Reply

top