search
top

ປື້ມຈາກ ebay

ອັນທີ່ຈິງຂ້າພະເຈົ້າບໍ່ເຄີຍຄຶດມາກ່ອນເລີຍວ່າ ຈະໄດ້ໃຊ້ບໍລິການຂອງ ebay ເພາະເປັນຄວາມເຊື່ອມາແຕ່ດົນວ່າ ມັກມີພວກຫຼອກລວງ ຕົ້ມເງິນ ແລະມັກຈະຖືກ bid over ສະເໝີ ຫາກແຕ່ດ້ວຍຄວາມບັງເອີນອັນເຈດຕະນາໄວ້ແລ້ວ ປາກົດວ່າສອງປີຫຼັງມາ ເກີດສືບຕໍ່ຄວາມສົນໃຈເລື່ອງກ້ອງແລະລະບົບການຖ່າຍທຳທັງຫຼາຍ ອັນເປັນເຫດໃຫ້ຕ້ອງເລາະຊອກຊື້ Lens ກ້ອງຖ່າຍຮູບທີ່ມີອາຍຸກ່ອນ ຂພຈ ເກີດອີກ ເລນພວກນີ້ຜະຫລິດໃນຊ່ວງປີ 1970 ກໍມີ ຕ່ຳກວ່ານັ້ນກໍມີ ດັ່ງນັ້ນຈຶ່ງຮັບປະກັນວ່າທ່ານຈະບໍ່ໄດ້ເລນມືສອງແນ່ນອນ ເພາະມັນເປັນມືທີ່ເທົ່າໃດກໍບໍ່ຮູ້ແລ້ວ

ການຊື້ເລນພວກນີ້ຈຶ່ງຈຳເປັນຕ້ອງຊື້ຕໍ່ຈາກຄົນອື່ນ ເຊິ່ງກໍໜີບໍ່ພົ້ນ ebay.com ແຫຼ່ງຊື້ຂາຍເຄື່ອງມືນຶ່ງມືສອງມືສາມມືສີ່ມືທີ່ເທົ່າໃດກໍບໍ່ຮູ້ ພ້ອມທັງລາຄາຖືກອີກນຳ ບໍ່ສະເພາະແຕ່ເຄື່ອງມືສອງ ມືສາມ ມື ຯລຯ ແຕ່ເຄື່ອງມືນຶ່ງ ໃໝ່ ໆ ກໍລາຄາຖືກເຊັ່ນກັນ ຖືກກວ່າໃນ Amazon ແລະໃນ B&H ອີກ

ຫຼ້າສຸດ ໄປຊື້ປື້ມຫົວນຶ່ງມາ ຂໍສະຫງວນບໍ່ບອກລາຄາ ບອກໄດ້ແຕ່ວ່າ ລາຄາຖືກກວ່າໃນ Amazon ປະມານ 20% ກໍສັ່ງຊື້ໄປປະມານວັນທີ 9 ເດືອນນີ້ ແລະຖ້າຍາວນານມາຈົນຮອດມື້ນີ້ວັນທີ 29 ຈຶ່ງໄດ້ຮັບເຄື່ອງ ກໍຖືວ່າຖ້າດົນພໍສົມຄວນ ເປັນ 1 ໃນ 2 ຂອງປື້ມທີ່ ຂພຈ ຊື້ຂອງຕ່າງປະເທດ ເນື້ອເຈັ້ຍດີຫຼາຍ ພິມລະອຽດ ໃຊ້ເຈັ້ຍມັນ ມີສີສັນງາມຫຼາຍ ແຖມ DVD ມາໃຫ້ນຳຢູ່ຫຼັງປົກ ພ້ອມຂໍ້ມູນໃນຫົວທີ່ອັດແໜ້ນເຕັມທີ່ ໂດຍຮວມແລ້ວຖືວ່າກຸ້ມຄ່າ ໃຫ້ 9/10 (ໃຫ້ບໍ່ເຕັມ 10 ເພາະຕິຢ່າງດຽວ ..ແພງສຳລັບຄົນລາວເຮົາ :P )

dvrebel

One Response to “ປື້ມຈາກ ebay”

  1. admin says:

    ຂະໜາດເກີນ -*-

Leave a Reply

top