search
top

ກະເປົາ

ທຳອິດແຕ່ກ່ອນຕອນມີ A1 ຕອນນັ້ນຄຶດວ່າຢາກໄດ້ກະເປົາ hard case ແບບ Canon HC-4200 ມາໃຊ້ ແຕ່ລາຄາແພ້ງງງ ແພງ $329.95 ບໍ່ຮວມຄ່າຂົນສົ່ງ (ປະມານ $100 up) ກໍເລີຍບໍ່ໄດ້ຕັດສິນໃຈ

ຕອນຫຼັງ ໆ ມາປ່ຽໜໃຈ ເພາະມັນນ້ອຍເກີນໄປ ບໍ່ພໍໃສ່ A1 + Sgblade + Lens + Matte box ກໍເລີຍໄປເລາະຊອກໃໝ່ ພົບກັບ Pearstone Pro Camcorder Case ຂະໜາດໜ້າສົນໃຈ ພາຍໃນແມ່ນ 60.96 x 33.02 x 25.4cm (LxWxH) ເຊິ່ງໃສ່ໄດ້ສະບາຍ ໆ ສ່ວນລາຄາມັນ $179.95 ບໍ່ຮວມຄ່າຂົນສົ່ງອີກຕາມເຄີຍ ອັນນີ້ເປັນອີກຕົວເລືອກນຶ່ງ ແຕ່ກໍບໍ່ເລືອກ ຮູ້ສຶກວ່າມັນບໍ່ກຸ້ມຄ່າ

ນອກຈາກນັ້ນແລ້ວ ກໍຍັງມີອີກແບບນຶ່ງທີ່ເບິ່ງໄວ້ ແຕ່ກໍບໍ່ເອົາ ແລ້ວກໍໄປເບິ່ງໃນ ebay ເຂົາມີໂຕນີ້ ລາຄາພຽງ $85 ແຖມເປັນ hard case ອີກ ກໍໜ້າສົນໃຈ ແຕ່ຄ່າຂົນສົ່ງແມ່ນ $100 up ອີກຄັ້ງ ກໍເປັນອີກຄັ້ງທີ່ຢັບຢັ້ງໃຈ ບໍ່ເອົາດີກວ່າ

ທ້າຍທີ່ສຸດແລ້ວກໍໄປຕະຫຼາດຈີນ ໄປພົບກັບກະເປົາຈີນລາຄາ 170,000 ກີບເທົ່ານັ້ນ!! ບໍ່ຕ້ອງມີຄ່າຂົນສົ່ງເພາະເຮົາຂົນມາອີກ ຮະຮະ ..

ກະເປົາກ້ອງ

ມີຄົນບອກວ່າ ຄ້າຍ ໆ ກະເປົາຂົນຢາ -*-

ກະເປົາກ້ອງ

Leave a Reply

top